Latest:

ຮ່ວມມື ແລະ ສົນທິສັນຍາ

ຮ່ວມມື ແລະ ສົນທິສັນຍາ

ບັນດາໂຄງການຮ່ວມມື, ສົນທິສັນຍາ ແລະ ອະນຸສັນຍາ ບັນດາໂຄງການຮ່ວມມື, ສົນທິສັນຍາ ແລະ ອະນຸສັນຍາ
ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ2 ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ກອງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຕຊສ) ໃນການຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມ (PICE- LENS2 026) Capacity building for Natural Resources and Environment Inspection Office (NEIO) on Environment and Social Monitoring and Inspection
ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ2 ໂຄງການສ້າງຄວາມເຂັ້ມແຂງໃຫ້ ກົມຄວບຄຸມມົນລະພິດ, ກຊສ ໃນການຄວບຄຸມມົນລະພິດ ແລະ ຄຸ້ມຄອງສິ່ງເສດເຫລືອ ແລະ ສານເຄມີ ທີ່ເປັນອັນຕະລາຍ (PICE- LENS2 015) PCD Capacity Building for Pollution Control, Waste and Hazardous Chemicals Management
ສົນທິສັນຍາສາກົນດ້ານສິ່ງແວດລ້ອມ


ສົນທິສັນຍາສະຕ໋ອກໂຮມ ດ້ານການຄຸ້ມຄອງສານເຄມ ອົງຄະທາດອັນຕະລາຍທີ່ຕົກຄ້າງ (POPs);

Stockholm Convention on Persistent Organic Pollutants (POPs

         ສົນທິສັນຍາ ສະຕອ໋ກໂຮມ ໄດ້​ຖືກ​ສ້າງ​ຂຶ້ນ ​ແລະ ຮັບຮອງເອົາໃນປີ 22 ພຶດສະພາ 2001 ໃນການໂຕ້ຕອບ ຕໍ່ກັບຄວາມຕ້ອງການອັນຮີບດ່ວນ ສໍາລັບ ການຈັດຕັ້ງປະຕິບັດລະດັບໂລກ ກ່ຽວກັບ “POPs” (chemicals that are “persistent, bioaccumulate in fatty tissues and biomagnify through the food chain”) ແລະ ມີຜົນບັງຄັບໃຊ້ ຕັ້ງ​ແຕ່ວັນທີ 17 ພຶດສະພາ 2004, ມາເຖິງປັດຈຸບັນ ມີ 179 ປະ​ເທດ ​ເປັນ​ພາຄີ ​ໂດຍ​ມີຈຸດປະສົງ ຄື:

ເພື່ອປົກປ້ອງສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ ຈາກຜົນກະທົບຕ່າງໆທີ່ເປັນອັນຕະລາຍ ຂອງບັນດາສານ​ເຄມີ​ອົງຄະ​ທາດທີ່​ເປັນ​ພິດ​ຕົກ​ຄ້າງ (POPs) ໂດຍອີງໃສ່ຫຼັກການເຕືອນໄພລວງໜ້າ ທີ່ໄດ້ກຳນົດໄວ້ຢູ່ໃນຫຼັກການ ທີ 15 ຂອງຖະແຫຼງການຣີໂອ ວ່າດ້ວຍ ສິ່ງແວດລ້ອມ ແລະ ການພັດທະນາ.

ສປປ ລາວ ເຂົ້າເປັນພາຄີຂອງ​ສົນທິສັນຍາ ສະຕອ໋ກໂຮມ ​ໃນເດືອນມີນາ 2002 ​ແລະ ໃຫ້ສັດຕະຍາບັນ ໃນ​​ເດືອນມິຖຸນາ 2006 ​ແລະ ລັດຖະບານໄດ້ມອບຄວາມ​ຮັບຜິດຊອບ​ໃຫ້​ແກ່ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ​ ໃນ​ເມື່ອ​ກ່ອນ (ປັດຈຸບັນ​​​ແມນ ກຊສ).

ສົນທິສັນຍາ ວຽນນາ ແລະ ອະນຸສັນຍາມົງເຣອານ ວ່າດ້ວຍ ສານເຄມີທີ່ທຳລາຍຊັ້ນໂອໂຊນ (Montreal Protocol on Substances that Deplete the Ozone Layer ຫລື Ozone Depleting Substances ‘ODS’)
  • ອະນຸສັນຍາມົງເຣອານ ວ່າດ້ວຍ ສານເຄມີທີ່ທໍາລາຍຊັ້ນໂອໂຊນໄດ້ຖືກຮັບຮອງເອົາໃນປີ 1987 ຊຶ່ງນອນໃນ ສົນທິສັນຍາວຽນນາ ມີພາຄີທັງໝົດ 197 ປະເທດ ແລະ ເປັນອະນຸສັນຍາທີ່ປະສົບຜົນສໍາເລັດທີ່ສຸດໃນການຈັດຕັ້ງປະຕິບັດເພື່ອຫລຸດຜ່ອນ ແລະ ຢຸດຕິນໍາໃຊ້ສານເຄມີທີ່ ທໍາລາຍຊັ້ນໂອໂຊນ;
  • ສປປ ລາວ ໄດ້ເຂົ້າເປັນພາຄີ ຂອງ ອະນຸສັນຍາມົງເຣອານ ໃນວັນທີ 21 ສິງຫາ 1998 ແລະເຂົ້າເປັນພາຄີຕໍ່ ອະນຸສັນຍາມົງເຣອານ ສະບັບດັດແກ້ທັງ 4 ສະບັບ ເຊິ່ງ ລວມມີສະບັບດັດແກ້ລອນດອນ, ສະບັບດັດແກ້ໂຄເປັນເຮເກັນ, ສະບັບດັດແກ້ມົງເຣອານ ແລະ ສະບັບດັດແກ້ປັກກິ່ງໃນວັນທີ 28 ມີນາ 2006 ແລະ ກິກາລີ ສະບັບດັດແກ້ 16 ພະຈິກ 2017;
  • ສປປ ລາວ ໄດ້ຖືກຈັດເຂົ້າຢູ່ໃນພາຄີຕາມມາດຕາ 5 ຂອງ ອະນຸສັນຍາມົງເຣອານ ທັງເປັນພາຄີທີ່ຊົມໃຊ້ສານ ODS ໃນຈຳນວນໜ້ອຍເຊິ່ງມີສິດໄດ້ຮັບທຶນຊ່ວຍ ເຫຼືອລ້າພາຍໃຕ້ກອງທຶນການຮ່ວມມືຫຼາຍຝ່າຍ (Multilateral Fund) ໂດຍຜ່ານອົງການສະຫະປະຊາຊາດ ເພື່ອແຜນງານດ້ານສິ່ງແວດລ້ອມ (United Nations Environment Programme “UNEP”) ຕາມສັດສ່ວນຈຳນວນບໍລິໂພກພາຍໃນ;
  • ການສະໜັບສະໜູນແມ່ນເນັ້ນໃສ່ການສ້າງຈິດສໍານຶກ, ການຝຶກອົບຮົມແລະການເຂົ້າຮ່ວມກອງປະຊຸມຢູ່ພາຍໃນແລະຕ່າງປະເທດ, ການສຳຫຼວດເກັບກຳຂໍ້ມູນລາຍງານການນໍາໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ(ODS)ປະຈໍາປີຕາມກໍານົດເວລາ, ຈັດພິທີສະເຫຼີມສະຫຼອງວັນໂອໂຊນສາກົນ 16 ກັນຍາຂອງທຸກໆປີ.
ສົນທິສັນຍາ ຣອດເຕີດໍາ ວ່າດ້ວຍ ຂັ້ນຕອນການຍິນ​ຍອມແຈ້ງໃຫ້ຮູ້ລ່ວງໜ້າ ສໍາລັບ ບັນດາສານເຄມີອັນຕະລາຍ ແລະ ຢາປາບສັດຕູພືດທີ່ເຈາະຈົງສະເພາະ ຢູ່ໃນການຄ້າສາກົນ (Rotterdam Convention on the Prior Informed Consent Procedure for Certain Hazardous Chemicals and Pesticides in International Trade)
ສົນທິສັນຍາ​ ຣອດ​ເຕີ​ດໍາ ​ໄດ້ຖືກຮັບຮອງເອົາໃນວັນ​ທີ 10 ກັນຍາ 1998 ແລະ ມີຜົນບັງຄັບໃຊ້ ​ໃນວັນທີ 24 ກຸມພາ 2004, ມາເຖິງປະຈຸບັນ ມີທັງ​ໝົດ 155 ປະເທດ ​ເຂົ້າເປັນພາຄີ ໂດຍ​ມີຈຸດປະສົງ ຄື:

ເພື່ອສົ່ງເສີມ ຄວາມຮັບຜິດຊອບທີ່ໄດ້ມອບໝາຍໃຫ້ ແລະ ຄວາມພະຍາຍາມໃນການຮ່ວມມືທັງໝົດພາຄີ ຢູ່ໃນການຄ້າສາກົນ ກ່ຽວກັບບັນດາສານເຄມີອັນສະເພາະເຈາະຈົງ ເພື່ອປົກປ້ອງສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ ຈາກອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ເພື່ອປະ ກອບສ່ວນໃນການນໍາໃຊ້ທີ່ເປັນມິດກັບສິ່ງແວດລ້ອມ.

  • ຂັ້ນຕອນການຍິນຍອມແຈ້ງໃຫ້ຮູ້ລ່ວງໜ້າ (PIC procedure) – ສະໜອງຂໍ້ມູນ ສໍາລັບ ຂະບວນການໃນການຕັດສິນໃຈລະດັບຊາດ ກ່ຽວກັບການນໍາເຂົ້າສານເຄມີອັນຕະລາຍຕ່າງໆ ທີ່ນອນຢູ່ໃນເອກະສານຄັດຕິດ III ແລະ ພະຍາຍາມເຮັດໃຫ້ໝັ້ນໃຈ ການຍິນຍອມປະຕິບັດຕາມການຕັດສິນໃຈດັ່ງກ່າວ ໂດຍບັນດາພາຄີທີ່ສົ່ງອອກ.
  • ການແລກປ່ຽນຂໍ້ມູນຂ່າວສານ – ການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສານເຄມີອັນຕະລາຍຕ່າງໆ ເທົ່າທີ່ສາມາດຈະເປັນໄປໄດ້ໃຫ້ກວ້າງຂວາງ.

ສປປ ລາວ ເຂົ້າເປັນພາຄີຂອງສົນທິສັນຍາ ຣອດ​ເຕີ​ດໍາ ໃນເດືອນຕຸລາ ປີ 2010 ແລະ ລັດຖະບານໄດ້ມອບຄວາມ​ຮັບຜິດຊອບ​ໃຫ້​ແກ່ອົງການຊັບພະຍາກອນ ນໍ້າ ແລະ ສິ່ງແວດລ້ອມ​ ໃນ​ເມື່ອ​ກ່ອນ (ປັດຈຸບັນ​​​ແມນ ກຊສ).

ສົນທິສັນຍາ ບາ​​ໂຊວ ວ່າດ້ວຍ ການຄວບຄຸມການເຄື່ອນຍ້າຍບັນດາສິ່ງເສດເຫຼືອອັນຕະລາຍຂ້າມຊາຍແດນ ​ແລະ ການ​ກໍາຈັດ (Basel Convention on the Control of Transboundary Movements of Hazardous Wastes and their Disposal) ສົນທິສັນຍາ ບາ​​ໂຊວ ໄດ້​ຖືກ​ສ້າງ​ຂຶ້ນ ​ແລະ ຮັບຮອງ​ເອົາ​ໃນ​ວັນ 22 ມີນາ 1989 ໃນການໂຕ້ຕອບບັນຫາ ບໍລິສັດຕ່າງໆຂອງບັນດາປະເທດທີ່ຈະເລີນແລ້ວ ນໍາເອົາສິ່ງເສດເຫຼືອອັນຕະລາຍໄປຖິ້ມຢູ່ບັນດາປະເທດທີ່ກໍາລັງພັດທະນາ ແລະ ມີຜົນບັງຄັບໃຊ້ ຕັ້ງ​ແຕ່ວັນທີ 5 ພຶດສະພາ 1992, ມາເຖິງປັດຈຸບັນ ມີ 187 ປະ​ເທດ ​ເປັນ​ພາຄີ ​ໂດຍ​ມີຈຸດປະສົງ ຄື:

  • ​​ເພື່ອຫຼຸດຜ່ອນການເຄື່ອນຍ້າຍຂ້າມຊາຍແດນບັນດາສິ່ງເສດເຫຼືອອັນຕະລາຍ ຈົນເຖິງລະດັບການຄຸ້ມຄອງທີ່ເປັນມິດກັບສິ່ງແວດລ້ອມ (Environmentally Sound Management);
  • ການກໍາຈັດບັນດາສິ່ງເສດເຫຼືອອັນຕະລາຍ ໃຫ້ຢູ່ໃກ້ເທົ່າທີ່ສາມາດເປັນໄປໄດ້ໃກ້ກັບແຫຼ່ງຜະລິດພວກມັນ;
  • ສ້າງສິ່ງເສດເຫຼືອອັນຕະລາຍຕ່າງໆໃຫ້ໜ້ອຍລົງ ທາງດ້ານປະລິມານ ແລະ ຄວາມອັນຕະລາຍ.

ສປປ ລາວ ເຂົ້າເປັນພາຄີຂອງ​ສົນທິສັນຍາ ບາ​ໂຊ​ວ ​ແລະ ໃຫ້ສັດຕະຍາບັນ ໃນເດືອນຕຸລາ ປີ 2010 ​ແລະ ລັດຖະບານໄດ້ມອບຄວາມ​ຮັບຜິດຊອບ​ໃຫ້​ແກ່ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ​ ໃນ​ເມື່ອ​ກ່ອນ (ປັດຈຸບັນ​​​ແມນ ກຊສ).